ບໍລິການແຈ້ງເບາະແສແມ່ນຫຍັງ?
ຖ້າທ່ານເຫັນວ່າອົງກອນຄວນຮັບຮູ້ເລື່ອງທີ່ສ້າງຄວາມເສຍຫາຍໃຫ້ແກ່ຕົນເອງ ຫຼື ທ່ານຮູ້ເຖິງການກະທຳຂອງຜູ້ອື່ນທີ່ອາດເຮັດໃຫ້ຜູ້ໃດຜູ້ໜຶ່ງເສຍຫາຍ ຫຼື ຜິດກົດໝາຍ ທ່ານມາຖືກບ່ອນແລ້ວ. WeMoral ແມ່ນຊອບແວແຈ້ງເບາະແສ ທີ່ເຮັດໃຫ້ການແຈ້ງເຫດການດັ່ງກ່າວເປັນໄປໄດ້ຢ່າງປອດໄພ. ເຫດການທີ່ຖືກແຈ້ງອາດກ່ຽວຂ້ອງກັບການລະເມີດກົດໝາຍ ລວມທັງດ້ານສຸຂະພາບ ແລະ ຄວາມປອດໄພ, ສິ່ງແວດລ້ອມ, ສິດທິມະນຸດ, ສິດທິສ່ວນບຸກຄົນ ຫຼື ຄວາມເປັນສ່ວນຕົວ.
ຜູ້ແຈ້ງເບາະແສແມ່ນໃຜ?
ຜູ້ແຈ້ງເບາະແສແມ່ນຜູ້ທີ່ຕັ້ງໃຈລາຍງານຄວາມຜິດປົກກະຕິທີ່ຕົນໄດ້ພົບເຫັນ. ຜູ້ແຈ້ງເບາະແສບໍ່ແມ່ນມີແຕ່ພະນັກງານເທົ່ານັ້ນ ຍັງລວມເຖິງຜູ້ສະໜອງ, ລູກຄ້າ, ຜູ້ຮັບເໝົາ ແລະ ອື່ນໆ. ບົດບາດຂອງຜູ້ແຈ້ງເບາະແສມີຄວາມສຳຄັນຕໍ່ສັງຄົມ ດັ່ງນັ້ນທ່ານໝັ້ນໃຈໄດ້ວ່າ WeMoral ຈະຮັບປະກັນການບໍ່ເປີດເຜີຍຕົວຕົນ ແລະ ຄວາມປອດໄພຢ່າງຄົບຖ້ວນໃຫ້ແກ່ທ່ານ. ນອກຈາກນັ້ນ, ກົດໝາຍຍັງປົກປ້ອງຜູ້ແຈ້ງເບາະແສຈາກການແກ້ແຄ້ນໃນຮູບແບບຕ່າງໆ ຍ້ອນຄວາມຜິດປົກກະຕິທີ່ໄດ້ແຈ້ງ.
ມັນປອດໄພສຳລັບຂ້າພະເຈົ້າບໍ?
ການເຊື່ອມຕໍ່ລະຫວ່າງທ່ານກັບຜູ້ຮັບຜິດຊອບໃນການດູແລການແຈ້ງເບາະແສແມ່ນຖືກເຂົ້າລະຫັດ. ສິ່ງນີ້ເຮັດໃຫ້ທ່ານສາມາດຕິດຕໍ່ສື່ສານໄດ້ຢ່າງປອດໄພ ແລະ ເປັນຄວາມລັບ. ທ່ານບໍ່ຈຳເປັນຕ້ອງໃຫ້ຂໍ້ມູນຂອງທ່ານ ຫຼື ຄວາມສຳພັນຂອງທ່ານກັບອົງກອນ. ກະລຸນາໃຊ້ຊອບແວ WeMoral ທີ່ປອດໄພ ເພື່ອໃຫ້ຂໍ້ມູນກ່ຽວກັບການລະເມີດທີ່ທ່ານໄດ້ພົບເຫັນ.
ການແຈ້ງເບາະແສ
ທ່ານກຳລັງຢູ່ໃນເວັບໄຊທີ່ຈະຊ່ວຍໃຫ້ທ່ານແຈ້ງຂໍ້ມູນຂ່າວສານແບບບໍ່ເປີດເຜີຍຕົວຕົນ ກ່ຽວກັບການກະທຳທີ່ບໍ່ຖືກຕ້ອງ, ການປະພຶດມິຊອບ ຫຼື ພຶດຕິກຳທີ່ຜິດກົດໝາຍທຸກຮູບແບບທີ່ທ່ານໄດ້ພົບເຫັນ.
ຂໍ້ມູນທັງໝົດຖືກເຂົ້າລະຫັດ ແລະ ຈັດເກັບໄວ້ໃນບ່ອນທີ່ປອດໄພ.